ຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ແລະ ວຽກງານ 4 ບຸກ ປະຈຳປີ 2021
- Details
ວັນທີ 15 ພະຈິກ ປີ 2021 ຮາກຖານຊາວໜຸ່ມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບຜົນຕີລາຄາການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ພ້ອມທັງປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ພະແນກຂອງຕົນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ລອນຄໍຳ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ມີຜູ້ຕ່າງໜ້າຈາກຮາກຖານກໍາມະບານ,ສະຫະພັນແມ່ຍິງຮາກຖານແຂກຖືກເຊີນ,ມີສະຫາຍເລຂາ, ຮອງເລຂາຄະນະຮາກຖານ ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນຮາກຖານພະແນກ ເຂົ້າຮ່ວມ 50 ກ່ວາຄົນ.
Read more: ຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ...
ໜ່ວຍພັກທີ່ດິນ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດພິທີຮັບເອົາ ສະມາຊິກພັກສົມບູນ
- Details
ຕອນບ່າຍວັນທີ່ 27 ຕຸລາ 2021 ນີ້ ຫນ່ວຍພັກທີ່ດິນ ທີ່ຂື້ນກັບ ຮາກຖານພັກ ພະແນກ ຊ ສ ແຂວງຫົວພັນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ກິ່ງສະໄໝ ວິຈິດວົງສາ ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ270/ຄປຈຂ.ຫພ,ລົງວັນທີ່ 06 ຕຸລາ 2021 ວ່າດ້ວຍ ການຮັບເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກພັກສົມບູນ ຢູ່ທີ່ຫ້ອງປະຊຸມ ພະແນກ ຂອງຕົນ ໂດຍການເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ,ສະຫາຍເລຂາຫນ່ວຍ,ຄະນະຫນ່ວຍພັກ ອົງການຈັດຕັ້ງພາຄີ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 15 ສະຫາຍ;ຍິງ 5 ສະຫາຍ.
ສຳເລັດຊຸດຝຶກອົບຮົມ ການນໍາໃຊ້ program QGIS 3.16 ເບື້ອງຕົ້ນໃຫ້ແກ່ເມືອງນອກເປົ້າຫມາຍ ຂອງແຜນງານທີ່ດິນ
- Details
ຕອນເຊົ້າວັນທີ 20 ຕຸລາ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ໄດ້ເປີດຊຸດຝຶກອົບຮົມ ການນໍາໃຊ້ (program: QGIS 3.16) ເບື້ອງຕົ້ນໃຫ້ແກ່ເມືອງນອກເປົ້າຫມາຍ ຂອງແຜນງານທີ່ດິນ ຂື້ນທີ່ຫ້ອງປະຊຸມ ຖໍ້າງູເຫຼື້ອມ ເມືອງວຽງໄຊ ແຂວງຫົວພັນ.
ກອງປະຊຸມປືກສາຫາລື ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- Details
ໃນຊ່ວງວັນທີ 19-22/10/2021 ຜ່ານມານີ້ ທີມງານພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງຫົວພັນ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2021 ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຊຳເຫນືອ,ເມືອງແອດ, ເມືອງຊຽງຄໍ້ ແລະ ເມືອງສົບເບົາ.
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາທາລະນະສຸກເມືອງຊໍາເໜືອ
- Details
ໃນຕອນເຊົ້າວັນທີ 7 ຕຸລາ 2021 ນີ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາທາລະນະສຸກເມືອງຊໍາເໜືອ ເພື່ອສະກັດກັ້ນ, ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19
Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ...
Page 4 of 17